ອິນຊີເງິນຕິດປີກບິນ ແບ່ງປັນຄວາມສຸກໃຫ້ນ້ອງໆຜູ້ພິການທາງການເບິ່ງເຫັນ ໃນວັນທີ 17/11/2023 ທີ່ຜ່ານມານີ້
ໃນຕອນເຊົ້າຂອງວັນທີ 17 ພະຈິກ 2023 ນີ້ ສກຈບ ອິນຊີ ຈໍາກັດ ໄດ້ຈັດໂຄງການ "ແບ່ງປັນຄວາມສຸກ" ໃຫ້ກັບນ້ອງໆພິການທາງການເບິ່ງເຫັນຢູ່ທີ່ ໂຮງຮຽນ ຄົນພິການທາງການເບິ່ງເຫັນ ທີ່ຂຶ້ນກັບສູນປິ່ນປົວ ແລະ ຮັກສາສຸຂະພາບຕາ (ທົ່ງປົ່ງ)
ການຢ້ຽມຢາມໃນຄັ້ງນີ້ ພວກເຮົາພະນັງງານ ສກຈບ ອິນຊີ ຈໍາກັດ ຮູ້ສຶກດີໃຈທີ່ມີໂອກາດໄດ້ມາຢ້ຽມຢາມ, ເຮັດກິດຈະກຳມາເລົ່ານິທານ, ຮ້ອງເພັງຮ່ວມກັບນ້ອງໆ ແລະ ລ້ຽງເຂົ້າສວາຍ. ພວກເຮົາໄດ້ຮັບຮູ້ເຖີງຄວາມເຂັ້ມແຂງຂອງອ້າຍເອື້ອຍນ້ອງທີ່ພິການທາງການເບິ່ງເຫັນ.
ໃນນາມ ສກຈບ ອິນຊີ ຈໍາກັດ ພວກເຮົາຂໍຂອບໃຈໃນການຕ້ອນຮັບທີ່ແສນອົບອຸ່ນ ຈາກຄະນະຄູຝຶກທີ່ຮັບຜິດຊອບນ້ອງໆ ແລະ ຂໍເປັນກຳລັງໃຈໃຫ້ອ້າຍເອື້ອຍນ້ອງຫມົດທຸກຄົນຈົ່ງເຂັ້ມແຂງ ແລະ ເປັນຄົນດີຂອງສັງຄົມລາວ
#ເຖິງດວງຕາຈະມືດມິດແຕ່ຈິດໃຈຂອງອ້າຍເອື້ອຍນ້ອງສະຫວ່າງຫຼາຍ
#ອິນຊີເງິນຕິດປີກບິນຂໍເປັນກຳລັງໃຈໃຫ້ ❤️