MFI Logo
ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ອິນຊີ ຈໍາກັດ
ປະຫວັດຄວາມເປັນມາ ສກຈບອິນຊີ ຈຳກັດ

ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ອິນຊີ ຈຳກັດ

Insee Non-Deposit Taking Microfinance Institution Co., LTD

ປະຫວັດຄວາມເປັນມາ

ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ອິນຊີ ຈໍາກັດ (ອິນຊີເງິນຕິດປີກ) ເປັນສະຖາບັນການເງິນທີ່ຢູ່ພາຍໃຕ້ ທະນາຄານແຫ່ງ ສປປ ລາວ ໄດ້ສ້າງຕັ້ງຂຶ້ນໃນວັນທີ 18 ພະຈິກ 2021 ດ້ວຍທຶນຈົດທະບຽນ 3,000,000,000 ກີບ

ເພື່ອແກ້ໄຂວິວັດການເງິນຂອງປະຊາຊົນ ແລະ ຟື້ນຟູເສດຖະກິດໃນຊ່ວງການລະບາດຂອງພະຍາດໂຄວິດ 19 ໂດຍອີງຕາມນະໂຍບາຍສົ່ງເສີມການລົງທຶນຂອງສະຖາບັນການເງິນຈຸລະພາກ ຈາກທະນາຄານແຫ່ງ ສປປ ລາວ. ສະຖາບັນການເງິນຈຸລະພາກທີ່ບໍ່ຮັບເງິນຝາກ ອິນຊີ ຈໍາກັດ

ໄດ້ມີການເຕີບໃຫຍ່ຂຶ້ນຢ່າງໄວວາ ໂດຍໄດ້ເພີ່ມທຶນຈົດທະບຽນຂື້ນໃນປີ 2022 ແລະ 2023 ເປັນ 5,000,000,000 ກີບ ແລະ 10,000,000,000 ກີບ ຕາມລຳດັບ.

Building of Lao Development Bank

ວິໄສທັດ ແລະ ພາລະກິດ

ວິໄສທັດ

ເປັນສະຖາບັນການເງິນຈຸລະພາກຊັ້ນນຳໃນລາວ ດ້ວຍຄວາມຍຸຕິທຳ ແລະ ຮ່ວມສ້າງຜົນສຳເລັດໃຫ້ແກ່ສັງຄົມ.

ພັນທະກິດ

ເປັນສະຖາບັນການເງິນຈຸລະພາກທີ່ຊ່ວຍເຫຼືອສັງຄົມລາວໃຫ້ກ້າວໄປສູ່ຜົນສຳເລັດໂດຍມີການບໍລິການຢ່າງດີເລີດ ແລະ ນຳໃຊ້ເທັກໂນໂລຢີທີ່ທັນສະໄໝ

ຄະນະບໍລິຫານ

ຊື່ສະມາຊິກທີມ 1

ທ່ານ ນ. ບົວສະຫວັນ ຄຳວົງໄຈ

ຮອງຜູ້ອຳນວຍການໃຫຍ່

Deputy Managing Director

ຊື່ສະມາຊິກທີມ 2

ທ່ານ ຄຳສິງ ມະນີວົງ

ຜູ້ອຳນວຍການໃຫຍ່

Managing Director

ຊື່ສະມາຊິກທີມ 3

ທ່ານ ສອນໄຊ ໄຊຊະນະ

ຮອງຜູ້ອຳນວຍການໃຫຍ່

Deputy Managing Director

ໂຄງຮ່າງການຈັດຕັ້ງ

ໂຄງຮ່າງການຈັດຕັ້ງ ອິນຊີ

Core Values Logo

ຄວາມໝາຍຂອງໂລໂກ້

01.

ສີແດງ: ສີແດງ: ເປັນສີເອກະລັກຂອງສະຖາບັນ ສະແດງເຖິງຄວາມເປັນຜູ້ນໍາ, ມຸ່ງໝັ້ນ, ແລະ ຄວາມເຂັ້ມແຂງ

02.

ນົກອິນຊີ: ນົກອິນຊີ: ເປັນສັດທີ່ມີຄວາມແຂງແຮງ,ມີສາຍຕາອັນແຫຼມຄົມ ແລະ ບິນໄດ້ສູງ

ຄຳຂວັນທີ່ວ່າ

“ມີເຮົາ ມີທຶນ ມີຄວາມສຳເລັດ”